ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍ​ສິລະ​ປະ​ສະໝັກ​ຫຼິ້ນ ກອງ​ບັນຊາ​ການທະຫານ​ແຂວງ​ຫຼວງ​ພະ​ບາງ ຜ່ານ​ລາຍ​ການສະແດງ


ໜ່ວຍ​ສິລະ​ປະ​ສະໝັກ​ຫຼິ້ນ ກອງ​ບັນຊາ​ການ​ທະຫານ​ແຂວງຫຼວງ​ພະ​ບາງ ໄດ້​ຜ່ານ​ລາຍການ​ເຝິກຊ້ອມ
ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ ຫຼວງພະບາງ ຄັ້ງວັນທີ 10/01/2024

     ວັນ​ທີ 10 ມັງກອນ 2024 ນີ້, ໜ່ວຍ​ສິລະ​ປະ​ສະໝັກ​ຫຼິ້ນ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ຜ່ານ​ລາຍການ​ເຝິກຊ້ອມ​,
ເພື່ອ​ກວດກາ​ຄວາມ​ພ້ອມໃນການເຄື່ອນ​ໄຫວ​ສະແດງ​ຮັບ​ໃຊ້​ ເນື່ອງ​ໃນ​ໂອກາດ​ຫ້າງ​ຫາກະກຽມ​ຂໍ່ານັບ​ຮັບ​ຕ້ອນ ແລະ ສະເຫຼີມສະຫຼອງ​ວັນ
​ສ້າງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ​ ທີ່​ຈະ​ມາ​ເຖິງ​ນີ້ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ ແລະ ມີ​ຄວາມ​ໝາຍ​ເລິກເຊິ່ງ. ສຳລັບ​ລາຍ
ການ​ທີ່​ນຳ​ມາ​ສະແດງ​ໃນ​ຄັ້ງ​ນີ້​ ປະກອບ
ມີ 12 ບົດ​ຄື: ຮ້ອງ​ໝູ່​ຍິງ-ຊາຍ ປະກອບ​ຟ້ອນ​ໃນ​ບົດ​ເພງ ມູນເຊື້ອ​ກອງທັບ 75 ປີ, ຮ້ອງ​ໝູ່​ຍິງ 20
ມັງກອນ​ໝັ້ນຍືນ, ຟ້ອນ​ປະກອບ​ເພງ ສາມັກຄີ​ເຜົ່າ​ລາວ, ຮ້ອງ​ຄູ່​ ຍິງ-ຊາຍ ປະກອບ​ຟ້ອນ​ໃນ​ບົດ​ເພງ ຄິດ​ຮອດ​ອ້າຍ​ທີ່​ຊາຍ​ແດນ, ຂັບ​ມົ້ງ ໃນ​
ບົດ ​ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່ ມາ​ສ້າງ​ເສດຖະກິດ​ພັດທະນາ​ປະເທດ​ຊາດ, ຟ້ອນ​ໝູ່​ ຍິງ-ຊາຍ ມວນ​ຊື່ນ​ກັບ​ສຽງ​ແຄນ​ມົ້ງ, ຮ້ອງ​ໝູ່​ຊາຍ​ໃນ​ບົດ​
ເພງ ກຳລັງ​ທ້ອງຖິ່ນ​ຫຼວງ​ພະ​ບາງ, ຮ້ອງ​ໝູ່​ ຍິງ-ຊາຍ ໃນ​ບົດ​ເພງ ລູກ​ແທນ​ພໍ່ໜໍ່​ແທນ​ລຳ, ຟ້ອນ​ໝູ່​ຊາຍ ມວນ​ຊື່ນ​ໃນ​ສະໜາມ​ຫັດ​ແອບ, ຟ້ອນ​
ໝູ່​ຍິງ ນາງ​ສາວ​ກັບ​ສາຍ​ນ້ຳ, ຂັບ​ເຈີມ​ຄູ່​ ຍິງ-ຊາຍ ລາ​ນ້ອງ​ໄປ​ຊາຍ​ແດນ ແລະ ຂັບ​ທຸ້ມ​ຫຼວງ​ພະ​ບາງ ປະກອບ​ຟ້ອນ. ໂດຍ​ມີ​ສະຫາຍ ພັນ​ເອກ
ວິລະ​ສິນ ມິດ​ຕະ​ພອນ ຮອງ​ຫົ
ວໜ້າ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ການເມືອງ​ກອງບັນຊາການທະຫານ​ແຂວງ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງ
ການ
6 ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ​ ເຂົ້າ​ຮ່ວມ​ຮັບ​ຊົມ.

     ເຊິ່ງ​ການສະແດງ​ໃນ​ຄັ້ງ​ນີ້, ເພື່ອ​ແນໃສ່​ປັບປຸງ​ແຕ່​ລະ​ລາຍການ​ໃຫ້​ມີ​ຄວາມ​ສອດຄ່ອງ​ເອກະ​ພາບ ແລະ ຮັບປະກັນ​ເຮັດ​ໃຫ້​ບົດ​ຟ້ອນ, ຮ້ອງ,
ລຳ ມີ​ເນື້ອ​ໃນ​ສ່ອງ​ແສງ​ເລິກເຊິ່ງ​ເຖິງ​ການ​ດຳລົງ​ຊີວິດ, ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ, ມູນເຊື້ອ​ການ​ຕໍ່ສູ້​ຂອງ​ກອງທັບ​ປະຊາຊົນ​ລາວ ຕະ
ຫຼອດ​ໄລຍະ 75 ປີຜ່ານມາ ພ້ອມ​ນີ້, ຍັງ​ເປັນ​ການ​ກວດກາ​ຄຸນ​ນະ​ພາບ ແລະ ຮັບປະກັນ​ໃຫ້​ການເຄື່ອນໄຫວ​ສະແດງ​ຮັບ​ໃຊ້​ໃນ​ໂອກາດ​ສະເຫຼີມ
ສະຫຼອງ ວັນ​ສ້າງຕັ້ງ​ກອງທັບ ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ​ຕື່ມ​ອີກ.

ແຫຼ່ງທີ່ມາ: ສົມ​ພອນ ສຸວັນ​ທອນ
ວັນທີ 15/01/2024